1. ວຽກງານພັດທະນາຊົນນະບົດ ແລະ ລຶບລ້າງຄວາມທຸກຍາກ:
- ສືບຕໍ່ລຶບລ້າງບ້ານທຸກຍາກພາຍໃນແຂວງຫຼຸດລົງໃຫ້ຍັງເຫຼືອ 5% ຂອງບ້ານທັງໝົດໃນທົວແຂວງ. ລຶບລ້າງຄອບຄົວທຸກຍາກໃຫ້ຍັງເຫຼືອ 3% ແລະ ອັດຕາຄົນທຸກຍາກຫຼຸດລົງໃຫ້ຍັງເຫຼືອ 5% ແລະ ລຶບລ້າງເມືອງທຸກຍາກ 3 ເມືອງ ຄຶ: ເມືອງເມິງ, ເມືອງປາກທາ ແລະ ເມືອງຜາອຸດົມ ໃຫ້ໄດ້ 100%.
ການພັດທະນາບ້ານ ແລະ ກຸ່ມບ້ານ:
- ສືບຕໍ່ສ້າງບ້ານພັດທະນາ (ຕາມດຳລັດເລກທີ 309/ນຍ) ໃຫ້ເພີ່ມເປັນ 185 ບ້ານ ກວມປະມານ 70% ຂອງບ້ານ ທັງໝົດໃນທົ່ວແຂວງ ແລະ ສ້າງຄອບຄົວພັດທະນາ ໃຫ້ກວມປະມານ 85% ຂອງຄອບຄົວທັງໝົດໃນທົ່ວແຂວງ.
- ສືບຕໍ່ສ້າງບ້ານໃຫຍ່ໃຫ້ກາຍເປັນຕົວເມືອງນ້ອຍໃນຊົນນະບົດໃຫ້ໄດ້ 5 ຈຸດຄື: ບ້ານໃຫຍ່ພັດທະນານ້ຳປຸກ ແລະ ບ້ານ ໂພນສະຫວ່າງ ກຸ່ມບ້ານດ່ານຖິ່ນ (ເມືອງຫ້ວຍຊາຍ ), ບ້ານໃຫຍ່ພັດທະນານ້ຳເກິ່ງເກົ່າ+ນ້ຳເກິ່ງໃໝ່ (ໂຮມກັນເປັນຈຸດດຽວ ) ແລະ ບ້ານໃຫຍ່ສີເມືອງງາມ ( ເມືອງຕົ້ນເຜິ້ງ ), ບ້ານປຸ່ງລາດ ກຸ່ມບ້ານປຸ່ງລາດ ( ເມືອງຜາອຸດົມ ).