ການພັດທະນາເຂດຈຸດສຸມ:
ເລັ່ງໃສ່ການພັດທະນາບັນດາເຂດຈຸດສຸມພາຍໃນແຂວງ ຄື: ກຸ່ມບ້ານນາຄຳເມືອງຕົ້ນເຜິ້ງ, ກຸ່ມບ້ານດ່າຖິ່ນ ເມືອງ ຫ້ວຍຊາຍ, ກຸ່ມບ້ານຫ້ວຍສະງຶກ ແລະ ກຸ່ມບ້ານກ້ອນຕື່ນ ເມືອງປາກທາ ໂດຍການສືບຕໍ່ສ້າງອາຊີບຄົງທີ່ໃຫ້ປະຊາຊົນ ກໍ່ສ້າງພື້ນຖານໂຄງລ່າງຈຳນວນໜຶ່ງ ເປັນຕົ້ນ ເພື່ອສ້າງເງື່ອນໄຂເອື້ອຍອຳນວຍ ໃນການດຳລົງຊີວິດຂອງປະຊາຊົນ, ຊຸກຍູ້ ແລະ ສົ່ງເສີ່ມການຜະລິດເປັນສິນຄ້າຂອງປະຊາຊົນ,ສ້າງກຸ່ມບ້ານ ແລະ ຄອບຄົວຕົວແບບໃນການຜະລິດສິນຄ້າ, ຍົກລະ ດັບການສຶກສາ, ສາທາລະນະສຸກໃຫ້ທົ່ວເຖິງ, ບູລະນະ ແລະ ປັບປຸງກົງຈັກອຳນາດການປົກຄອງ ໃຫ້ມີຄວາມເຂັ້ມແຂງ.