2.2.2. ດ້ານສາທາລະນະສູກ
ວຽກງານອະນາໄມ ແລະສົ່ງເສີມສຸຂະພາບ: ເອົາໃຈໃສ່ວຽກງານກັນພະຍາດ ແລະສົ່ງເສີມສຸຂະພາບໃຫ້ປົກຄຸມ 100%ໃນທົ່ວແຂວງ ໂດຍການໃຫ້ການບໍລິການສາທາລະນະສຸກທີ່ມີຄຸນນະພາບ, ຄົບຖ້ວນ,ທົ່ວເຖິງ ແລະ ຍຸຕິທໍາ,ຂະຫຍາຍກອງທຶນປະກັນສຸຂະພາບຊຸມຊົນໃຫ້ກວ້າງຂວາງ.
ວຽກແມ່ແລະເດັກ: ສູ້ຊົນອັດຕາການຕາຍຂອງເດັກລຸ່ມ 1 ປີ ໃຫ້ບັນລຸ 21/1.000ຄົນຕໍ່ເດັກເກີດມີຊີວິດ, ອັດຕາການຕາຍຂອງເດັກລຸ່ມ 5ປີ ໃຫ້ບັນລຸ 30/1.000 ຄົນຕໍ່ເດັກເກີດມີຊີວິດ, ອັດຕາການຕາຍຂອງແມ່ໃຫ້ບັນລຸ 77 ຄົນ /100.000ຄົນ. ສັກຢາກັນ TT2 ແມ່ຍິງຖືພາໃຫ້ໄດ້ 95%, ສັກຢາກັນພະຍາດໃຫ້ບັນລຸ 95 %. ສ້າງຜູ້ຊໍານານໃນການຊ່ວຍເກີດ ແລະຜະດຸງຄັນຊຸມຊົນ ໃຫ້ມີປະຈໍາຢູ່ທຸກສາລາ,ໂຮງໝໍເມືອງ ແລະຢູ່ຂັ້ນບ້ານທີ່ເຂດຫ່າງໄກສອກຫຼີກ.
ວຽກງານສົ່ງເສີມສຸຂະພາບ: ສູ້ຊົນໃຫ້ປະຊາຊົນບັນດາເຜົ່າໄດ້ເຂົ້າເຖິງຂໍ້ມູນຂ່າວສານກ່ຽວກັບສຸຂະພາບ ໂດຍສະເພາະກ່ຽວກັບ ຜົນຮ້າຍຂອງການດື່ມເຄື່ອງດື່ມ ທີ່ມີທາດເຫຼົ້າທັງນີກໍ່ເພື່ອປົກປ້ອງສຸຂະພາບແມ່ຍິງ ແລະເດັກນ້ອຍ.