ົວຫນ່ວຍຜະລິດຂະໜາດນ້ອຍແບບຄອບຄົວ ມີ 184 ຫົວຫນ່ວຍ. ມູນຄ່າຜະລິດສິນຄ້າອຸດສາຫະກຳສາມາດ ປະຕິບັດໄດ້ 1.368 ຕື້ກີບ ເທົ່າກັບ 148% ທຽບໃສ່ແຜນ 5 ປີຜ່ານມາ ປະຕິບັດໄດ້ລຶ່ນ 3 ເທົ່າຕົວ.
ວຽກງານການຄ້າພາຍໃນ: ຕະຫລາດພາຍໃນໄດ້ຮັບການເປີດກ້ວາງ ແລະ ພັດທະນາດີຂຶ້ນເປັນກ້າວໆ ແລະ ມູນຄ່າຈໍລະ ຈອນສິນຄ້າແຕ່ລະປີເພີ້ມຂຶ້ນ ລວມມູນຄ່າຈໍລະຈອນ ບັນລຸເຖິງ 2.735 ຕື້ກີບ ສະເລັ່ຍເພີ້ມຂຶ້ນ 2% ຕໍ່ປີ ແລະ ທຽບໃສ່ແຜນການ 5 ປີ ປະຕິບັດໄດ້ 159%. ຕີລາຄາລວມແລ້ວ ປະລິມານ ແລະ ມູນຄ່າການຈໍລະຈອນ ຕາມຫມວດສິນ ຄ້າແຕ່ລະປີ ເພີ້ມຂຶ້ນເລື້ອຍໆ ເຊັ່ນ: ຫມວດສະບຽງອາຫານ ເພີ້ມຂຶ້ນ 24%, ຫມວດເຄື່ອງວັດສະດຸກໍ່ສ້າງເພີ້ມຂຶ້ນ 9%, ຫມວດແຜ່ນແພນຸ່ງຫົ່ມ ເພີ້ມຂຶ້ນ 8,7%, ຫມວດນ້ຳມັນເຊື້ອໄຟ ເພີ້ມຂຶ້ນ 16%, ເຄື່ອງໃຊ້ໄຟຟ້າເພີ້ມຂຶ້ນ 10%, ຫມວດຢາປົວພະຍາດເພີ້ມຂຶ້ນ 12,7%, ຫມວດເຄື່ອງໃຊ້ປະຈຳວັນ ເພີ້ມຂຶ້ນ 5%. ເດັ່ນກວ່າໝູ່ແມ່ນສິນຄ້າສະບຽງອາ ຫານເພີ້ມຂຶ້ນ 24%.