ໃນໄລຍະຜ່ານມາເສດຖະກິດຂອງແຂວງ ຍັງສືບຕໍ່ຂະຫຍາຍຕົວຢ່າງຕໍ່ເນື່ອງ, ສະເລັ່ຍຢູ່ໃນລະດັບ 9,7% ຕໍ່ປີ,ໃນ ສົກປີ 2013-2014 ລາຍຮັບເລັ່ຍຕໍ່ຫົວຄົນຜູ້ໜຶ່ງໄດ້ 1.475 ໂດລາສະຫະລັດ/ຄົນ/ປີ,ໂຄງປະກອບເສດຖະກິດໄດ້ຫັນປ່ຽນຈາກຂະແໜງກະສິກຳ-ປ່າໄມ້ ໄປສູ່ຂະແໜງອຸດສາຫະກຳ ແລະ ບໍລິການ ຫຼາຍຂຶ້ນ ສະແດງອອກຄືດັ່ງນີ້:
+ ກະສິກຳ-ປ່າໄມ້ ເພີ້ມຂຶ້ນສະເລັ່ຍ 7% ກວມ 40,9% ໃນປີ 2014
+ ອຸດສາຫະກຳ ເພີ້ມຂຶ້ນສະເລັ່ຍ 8,7% ກວມ 21,1 % ໃນປີ 2014
+ ບໍລິການ ເພີ້ມຂຶ້ນສະເລັ່ຍ 14,5% ກວມ 37,9 %ໃນປີ 2014
- ຄາດຄະເນ ສົກປີ 2014-2015 ລວມຍອດຜະລິດຕະພັນພາຍໃນໃຫ້ບັນລຸ 2.344 ຕື້ກີບ, ເສດຖະກິດຂະຫຍາຍ ຕົວ 9,6%, ລາຍຮັບສະເລັ່ຍໃສ່ຫົວຄົນຜູ້ໜຶ່ງໃຫ້ໄດ້ 1.583 ໂດລາ ຕໍ່ຄົນຕໍ່ປີ ທຽບໃສ່ແຜນ 5 ປີລື່ນ 5,5%.