4.ເອົາໃຈໃສ່ຊຸກຍູ້ພະແນກການທີ່ມີລາຍຮັບຈາກການເກັບຄ່າທຳນຽມ ແລະ ຄ່າບໍລິການໃຫ້ໄດ້ຕາມແຜນການໃນ ແຕ່ລະປີ ທີ່ແຂວງໄດ້ມອບໝາຍໃຫ້ ແລະ ມອບເຂົ້າງົບປະມານໃຫ້ຄົບຖ້ວນ.
ດ້ານລາຍຈ່າຍ: ສູ້ຊົນປະຕິບັດລາຍຈ່າຍໃຫ້ໄດ້ 1512,78 ຕຶ້ກີບ ກວມ 44,46% ຂອງ DGP ໃນນັ້ນ: ສະເພາະລາຍຈ່າຍການລົງທຶນຂອງລັດກວມປະມານ 9-10% ຂອງລວມຍອດຜະລິດຕະພັນພາຍໃນ.ລາຍລະອຽດຄືສົກປີ 2015-2016 ປະຕິບັດໃຫ້ໄດ້ 270,41 ຕື້ກີບ. ສົກປີ 2016-2017 ປະຕິບັດໃຫ້ໄດ້ 286,02 ຕື້ກີບ. ສົກປີ 2017-2018 ປະຕິບັດໃຫ້ໄດ້ 301,19 ຕື້ກີບ. ສົກປີ 2018-2019 ປະຕິບັດໃຫ້ໄດ້ 318,42 ຕື້ກີບ. ສົກປີ 2019-2020 ປະຕິບັດໃຫ້ໄດ້ 336,74 ຕື້ກີບ.
+ ວຽກງານທະນາຄານ: ສືບຕໍ່ເຮັດໃຫ້ຈັງຫວະການຂະຫຍາຍຕົວຂອງສິນເຊື້ອ ສືບຕໍ່ເພີ້ມຂື້ນເປັນຕົ້ນ:ລະດົມເງິນຝາກໃຫ້ເພີ້ມຂຶ້ນ 26% ຕໍ່ປີ, ປອ່ຍເງິນກູ້ໃຫ້ເພີ້ມຂຶ້ນສະເລັ່ຍ 20% ຕໍ່ປີ.