1. ວຽກງານຜະລິດສະບຽງອາຫານ:
ໃນໄລຍະ 5 ປີຕໍ່ໜ້າ ສູ້ຊົນຜະລິດເຂົ້າໃຫ້ໄດ້ທັງໝົດ 481.870 ໂຕນ ທຽບໃສ່ 5 ປີ ຜ່ານມາ ເພີ້ມຂຶ້ນ 2,4%. ສໍາ ລັບໃນປີ 2020 ໃຫ້ໄດ້ 101.760 ໂຕນ ທຽບໃສ່ປີ 2014 ເພີ້ມຂຶ້ນ 10,35% ໃນເນື້ອທີ່ 25.700 ເຮັກຕາ ໃນນີ້:
+ ເຂົ້ານາປີ ປະມານ 72.360 ໂຕນ ໃນເນື້ອທີ່ 14.800 ເຮັກຕາ ທຽບໃສ່ປີ 2014 ເພີ້ມຂຶ້ນ 0,26%
+ ນາແຊງປະມານ 15.130 ໂຕນ ໃນເນື້ອທີ່ 3.000 ເຮັກຕາ ທຽບໃສ່ປີ 2014 ເພີ້ມຂຶ້ນ 48,58%
+ ໄຮ່ໝູນວຽນ 14.270 ໂຕນ ໃນເນື້ອທີ່ 7.900 ເຮັກຕາ ຫຼຸດລົງ 7,36%
+ ເຂົ້າເປືອກຄ້ຳສະບຽງອາຫານປະມານ 70.490 ໂຕນ ປະກອບມີ:
+ ເຂົ້າບໍໂພກ 56.240 ໂຕນ
+ ເຂົ້າເຫຼືອກິນແຮ່ໄວ້ 14.250 ໂຕນ.
ຜະລິດພືດຜັກ, ຖົ່ວ ແລະ ໝາກໄມ້ສຳລັບບໍລິໂພກເຊັ່ນ: ຖົ່ວ ໃຫ້ໄດ້ປະມານ 950 ໂຕນ, ໝາກງາ ແລະ ເຜືອກ-ມັນໃຫ້ໄດ້ປະມານ 1.610 ໂຕນ, ປະເພດໄມ້ໃຫ້ໝາກໃຫ້ໄດ້ ປະມານ 2.550 ໂຕນ ແລະ ພືດຜັກອື່ນໆໃຫ້ໄດ້ປະມານ 2.660 ໂຕນ.